ສ້າງຂື້ນເພື່ອຮັກພຣະເຈົ້າ ແລະ ໄດ້ຮັບຄວາມຮັກຈາກພຣະເຈົ້າ

ມູມມອງຂອງພຣະເຈົ້າຂອງເຈົ້າມາຈາກໃສ?


ການແນະນໍາ

ສຳລັບມະນຸດແລ້ວຖືກສ້າງມາເພື່ອຮັກພຣະເຈົ້າ ແລະ ເປັນທີ່ຮັກໂດຍພຣະເຈົ້າ.

– ຄວາມຫວັງ, ບົດທີ່ 2

ການສັງເກດ & ການພິຈາລະນາ

;ວິທິທີ່ເຮົາຮັບຮູ້ກ່ຽວກັບບຸກຄົນໜຶ່ງຍ່ອມທີອິດທິພົນຕໍ່ການຕອບສະຫນອງຂອງເຮົາທີ່ມີຕໍ່ບຸກຄົນນັ້ນ. ຕົວຢ່າງ ຖ້າເຈົ້າໄດ້ຮຽນຮູ້ຈາກເພື່ອນຮ່ວມງານວ່າຫົວໜ້າຂອງເຈົ້າໃຈຮ້າຍໃຫ້ເຈົ້າຫຼາຍ, ແລ້ວເຈົ້າຄິດວ່າເຈົ້າຮູ້ສຶກແນວໃດເວລາເຫັນລາວແລ້ວທັນໃດນັ້ນລາວກໍ່ມາປະກົດຢູ່ໜ້າຫ້ອງການເຈົ້າ?

ຫຼື ເຈົ້າກຳລັງຄັບລົດຢູ່ໃນຖະຫນົນ ແລະ ຟັງເພງທີ່ເຮົາມັກ ແລະ ເຈົ້າເຫັນລົດຕຳຫຼວດນຳເຈົ້າມາພ້ອມມີການກະພິບຟໄຕາໃສ່, ເຈົ້າກໍ່ຕ້ອງຫຼຽວເບິ່ງເລກກຳນົດຄວາມໄວໃນການຂັບຂີ່ເພື່ອໃຫ້ໝັ້ນໃຈວ່າເຈົ້າບໍ່ເຮັດຜິດກົດລະບຽບ?ຖ້າເຈົ້າເປັນຄ້າຍຄືກັບຄົນສ່ວນໃຫ່ຍເຈົ້າກໍ່ຈະເຮັດແບບນັ້ນ.

ໃນທາງດຽວກັນ, ການຮັບຮູ້ຂອງທ່ານກ່ຽວກັບພຮະເຈົ້າກໍ່ເປັນການກຳນົດການຕອບສະ   ໜອງຂອງທ່ານເຊັ່ນກັນ. ພວກເຮົາເຫັນບົດຮຽນແຖວເທິງຈາກ ຄວາມຫວັງໃນບົດຮຽນນີ້ຕອນຕົ້ນແຕ່ບໍ່ໄດ້ຢູ່ໃນນັ້ນ. ແຕ່ເພາະວ່າປະໂຫຍກທຳມະດານີ້ມີຄວາມສຳຄັນຫຼາຍ, ໃຫ້ມາເບິ່ງມັນຄືນອີກເທື່ອໜຶ່ງ ແລະ ໃຫ້ລົງເລິກເຂົ້າໄປອີກວ່າມັນມີຄວາມໝາຍແນວໃດຕໍ່ເຮົາ. ຖ້າປະໂຫຍກນີ້ມັນແມ່ນຄວາມຈິງແລ້ວ, ມັນຈະກາຍມາເປັນພື້ນຖານສຳລັບໂຕອື່ນໆທີ່ເປັນຄວາມຈິງທີ່ພວກເຮົາຈະພິຈາລະນາເບິ່ງໃນການຮຽນກ່ຽວກັບເລື່ອງລາວຂອງພຣະເຈົ້າຜ່ານ ຄວາມຫວັງ, ຖ້າມັນບໍ່ແມ່ນຄວາມຈິງ, ເຖິງເຈົ້າຈະເຊົາເຮັດສິ່ງນີ້ດຽວນີ້ກະຈະບໍ່ທີ່ຈະມີຄົນເວົ້າໃຫ້ເຈົ້າ.

ຂໍ້ຄວາມທີ່ຄັດອອກມາຈາກ ຄວາມຫວັງ ບໍ່ສາມາດມີປະສິດທິພາບໄດ້ພຽງແຕ່ໃຊ້ຂໍ້ພະຄຳສອງສາມຂໍ້ເທົ່ານັ້ນ. ນັ້ນເປັນເຫດຜົນທີ່ ຄວາມຫວັງ ຖືກສ້າງຂຶ້ນ, ແລະ ມັນກໍ່ເປັນເຫດຜົນທີ່ມີຄູ່ມືການຮຽນນີ້ໄດ້ຖືກຂຽນຂຶ້ນ. ຢ່າງດຽວທີ່ຄົນໜຶ່ງຈະພິຈາລະນາຢ່າງແທ້ຈິງເຖິງເລື່ອງລາວຂອງພຣະເຈົ້າຄືກັນກັບຖືກບັນທຶກໄວ້ໃນພຣະຄຳພິສຳລັບພວກເຮົາ, ມັນອາດຈະເປັນໄປໄດ້ທີ່ຈະເລີມເຂົ້າໃຈເຖິງຄວາມຈິງຄືກັບໃນຂໍ້ພະຄຳ 1 ໂຢຮັນ 4:8 ເຖິງໄດ້ບອກວ່າ” ພຣະເຈ້ົາເປັນຄວາມຮັກ".

ໃຫ້ຄິດເຖິງຂໍ້ພຣະຄຳນັ້ນໜ້ອຍໜຶ່ງ. ມັນບໍ່ໄດ້ເວົ້າວ່າພຣະເຈົ້າຮັກ, ແຕ່ເວົ້າວ່າພຣະເຈົ້າເປັນຄວາມຮັກ. ພຣະເຈົ້າຮັກ ເພາະພຣະອົງເປັນຄວາມຮັກ. ພຣະເຈົ້າບໍ່ໄດ້ເຮັດຫຍັງທີ່ບາງເທື່ອອາດຈະບໍ່ໄດ້ມີສ່ວນໃນຄວາມຮັກຂອງພຣະອົງ, ສຳລັບຄວາມຮັກແລ້ວແມ່ນຕົວຂອງພຣະອົງເອງເລີຍ.

ແນ່ນອນ, ໃນຂະນະທີ່ເຮົາຮຽຍຮູ້ເລື່ອງຂອງພຣະເຈົ້າເລິກເຂົ້າໄປອີກມັນອາດຈະຊ່ວຍໃຫ້ບຸກຄົນທີ່ເຕີບໃຫ່ຍໃນຮູບແບບຂອງເຂົາທີ່ເຂົ້າໃຈຄວາມຮັກຂອງພຣະອົງ, ມັນມີພຽງຢ່າງດຽວທີ່ພວກເຮົຈະມີປະສົບການຄວາມຮັກຂອງພຣະເຈົ້າໃນຊ່ວງຊີວິດຂຶ້ນແລະ ລົງ, ເຂົ້າ ແລະ ອອກຂອງຊ່ວງຊີວິດຄວາມຮັກຂອງພຣະອົງນັ້ນໄດ້ກາຍເປັນຄວາມໃກ້ສິດທີ່ຮູ້ສຶກໄດ້ຈິງສຳລັບພວກເຮົາ. ພວກເຮົາທຸກຄົນຕ້ອງການຄວາມຈິງນີ້ຝັງໄວ້ໃນຈິດວິນຍານໃນທາງທີ່ມັນຈະລົບຮູບພາບທີ່ບໍ່ຖືກຕ້ອງທີ່ເຮົາອາດຈະມີກ່ຽວກັບພຣະເຈົ້າ ແລະ ປ່ຽນແທນມັນດ້ວຍຄວາມຖືກຕ້ອງ ແລະ ຄວາມຈິງ. ຈົນກວ່າທີ່ພວກເຮົາຈະຮູ້ຈັກພຣະອົງຮູ້ຈັກຕົວຕົນຈິງໆຂອງພຣະອົງ, ພວກເຮົາຈະຕອບໂຕ້ບໍ່ຖືກຕ້ອງຕໍ່ພຣະອົງ.

ການຕ້ັງຖາມ & ການສະທ້ອນ

  • ເຈົ້າເຫັນ ແລະ ເຂົ້າໃຈພຣະເຈົ້າແນວໃດມື້ນີ້ເຈົ້າເຫັນພຮະອົງເປັນຄືຫົວໜ້າທີ່ໃຈຮ້າຍ ຫຼື ຕ່ຳຫຼວດ ທີ່ພວກເຮົາພິຈາລະນາໃນຕອນຕົ້ນຂອງບົດຮຽນ? ເຈົ້າເຫັນພຣະອົງເປັນພໍ່ທີ່ຮັກ ຫຼື ເພືອນ? ເຈົ້າເຂົ້າໃຈພຮະເຈົ້າໃນເວລານີ້ແນວໃດ? ໃຫ້ຄິດກ່ອນທີ່ຈະຕອບ.
  • ແລ້ວຮູບພາບຂອງພຣະເຈົ້າເຫຼົ່ານີ້ມາຈາກໃສ? ແລ້ວມັນມີຜົນຕໍ່ການຕອບໂຕ້ຂອງເຈົ້າຕໍ່ພຣະເຈົ້າແນວໃດ?
  • ເຈົ້າເວົ້າໄດ້ບໍ່ວ່າເຈົ້າໄດ້ມີປະສົບການຄວາມຮັກຂອງພຣະເຈົ້າໃນຊີວິດນະເວລານີ້? ຍ້ອນຫຍັງ ຫຼື ບໍ່ຍ້ອນຫຍັງ? ປະສົບການຫຍັງໃນອາດິດທີ່ສະໜັບສະໜູນປະສົບການປະຈຸບັນຂອງເຈົ້າ?

ການຕັດສິນໃຈ & ການປະຕິບັດ

ຄຳຖາມຂ້າງເທິງຕ້ອງໄດ້ໃຊ້ເວລາພິຈາລະນາຫຼາຍກວ່າສອງສາມນາທີ. ບາງທີເຈົ້າອາດຕ້ອງໃຫ້ຄຳໝັ້ນວ່າເວລາໃດກໍ່ຕາມ9tທີ່ຈຳເປັນຈະໃຊ້ທົບທວນເບິ່ງຄຳຖາມ ແລະ ເຮັດວຽກຜ່ານການຕອບໂຕ້ຂອງເຈົ້າ.

ຖາມພຣະເຈົ້າໃຫ້ເຈົ້າໄດ້ເຫັນພາບທີ່ເຈົ້າມີກ່ຽວກັບພຣະເຈົ້າວ່າບິດເບືອນແນວໃດ. ຂໍໃຫ້ພຣະອົງແຕ້ມຮູບສຳລັບເຈົ້າເຖິງຮູບຄວາມຈິງ ແລະ ເປັນທີ່ຈື່ຈຳ, ເປັນຄືຊີ່ນສ່ວນທີ່ສຳຄັນເຊິ່ງມັນອາດໃຊ້ທັງໝົດຂອງຊີວິດ ແລະ ມັນເປັນການໃຊ້ເວລາທີ່ດີທີ່ສຸດ!