ການຮູ້ຈັກພຣະເຈົ້າ

ວິທີການເລີ່ມຕົ້ນພົວພັນເປັນສ່ວນຕົວກັບພຣະເຈົ້າ


ລອງຄິດເບີງ .....ຄວາມສຳພັນສວນຕົວກັບຜູ້ສ້າງຈັກກະວານ ນັ້ນຄືໂອກາດທີດີທີສຸດແທ້ໆ ໃຫ້ອ່ານຂໍ້ມູນຕໍໄປນີ້ເພື່ອສ້າງຄວາມເຂົ້າໃຈໃນບາງຂໍ້ຫຼືບາງປະເດັນທີເປັນພືນຖານໃນການສ້າງຄວາມສຳພັນສ່ວນຕົວກັບພຣະເຈົ້າ ໃຊ້ເວລາຂອງທ່ານກັບສິ່ງນີ້ແລະຂໍໃຫ້ພຣະເຈົ້າໃຫ້ຄວາມເຂົ້າໃຈກັບທ່ານໃນແຕ່ລະປະເດັນ.

ພິຈາລະນາຄວາມຈິງເຫຼົ່ານີ້ ກວດເບີງໃຫ້ລະອຽດ
1. ກ່ຽວກັບພຣະເຈົ້າ  

a. ພຣະອົງຊົງບໍລິສຸດ. ພຣະອົງສົມບູນແບບກວ່າສິ່ງໃດໆຫຼືໃຜກໍຕາມທີທ່ານຮູ້ຈັກ ພຣະອົງມີຄວາມສອບທຳຢ່າງແນ່ນອນ.

ເອຊາຢາ 2:2
ເພງສັນເສີນ 99:3
ພະນິມິດ 15:4

b. ພຣະອົງຄືຄວາມາຮັກ. ຄວາມຮັກຂອງພຣະອົງສົມບູນແບບ ພຣະອົງຮັກທ່ານ.ພຣະອົງຕ້ອງການໃຫ້ສິ່ງທີດີທີສຸດສຳລັບທ່ານ.

1ໂຢຮັນ 4:16
ໂຢຮັນ 10:10

c. ພຣະອົງຄືຜູ້ສ້າງ. ພຣະເຈົ້າຊົງເປັນຜູ້ສ້າງທຸກສິ່ງລ່ວມທ່ານກໍຄືກັນ ດັ່ງນັ້ນພຣະອົງຈິ່ງຮູ້ວ່າອັນໃດດີ ສຳລັບທ່ານແລະພຣະອົງເອງເໝື່ອນກັນ ພຣະອົງຫຍັງໄດ້ສ້າງກົດ    ໝາຍ ແນວທ່າງທີຈະດຳເນີນຊີວິດໂດຍ ເພື່ອູຄວາມດີຂອງທ່ານແລະ ພະສິລິຂອງພຣະອົງເອງ.

ໂກໂລຊາຍ 1:16
ເພງສັນເສີນ 139:13
ໂຢຊວຍ 1:8
ເພງສັນເສີນ 1:1-3
2. ກ່ຽວກັບຕົວທ່ານເອງ ແລະຂ້ານ້ອຍ  

a. ພວກເຮົາທຸກຄົນລ້ວນແຕ່ເປັນຄົນບາບ. ອາດາມເປັນມະນຸດຄົນອິດ ທີສ້າງຂື້ນແລ້ວບໍເຊື່ອຟັງພຣະເຈົ້າ ແລະເນື່ອງຈາກການບໍເຊື່ອຟັງຂອງອາດາມໂລກທາງວິນຍານທີຮ້າຍແຮງທີເອີ້ນກັນວ່າບາບ ເຂົ້າມາໃນໂລກ ໃນຖານະລູກລານທາງວິນຍານຂອງອາດາມເຮົາທຸກຄົນຕິດເຊື້ອບາບແລະຄືກັນກັບອາດາມ ເຮົາທຸກຄົນເຮັດບາບຕໍພຣະເຈົ້າໂດຍຝາຝື້ນກົດຂອງພຣະອົງ.

ໂຮມ 5:12
ໂຮມ 3:23
ເອຊາຢາ 53:6

b. ບາບຈະຕ້ອງຖືກຄັດສິນ. ເພາະວ່າພຣະເຈົ້າຊົງບໍລິສຸດແລະສອບທຳພຣະອົງຈິ່ງບໍສາມາດຍອມຮັບຫຼືເມີນເສີຍຕໍບາບໄດ້ການເຮັດເຊັ່ນນັ້ນຈະເປັນການລະເມີດພະລັກສະຊະຂອງພຣະອົງແລະເຮັດໃຫ້ພຣະອົງເສຍຫາຍ ໂທດຂອງຄວາມບາບຄືການແຍກຈາກພຣະເຈົ້າແລະຄວາມຕາຍ.

ໂຮມ 2:5-6
ໂຮມ 6:23
ເອຊາຢາ 59:2

c. ພວກເຮົາບໍສາມາດປັບປຸງຫຼືປຸງແຕ່ງ ສຳລັບບາບຂອງເຮົາໂດຍການເປັນຄົນທີດີຂື້ນຫຼືເຮັດສິ່ງທີດີໆການເຮັດບາບໃດໆຕໍພຣະເຈົ້າຈະບມີທີສິ້ນສຸດຈະສົ່ງຜົນທີບໍສິ້ນສຸດ? ມະນຸດບໍສາມາດລຸດໄດ້ຫຼືຫາທ່າງອອກວິທີແກ້ບັນຫາທີເຮັດໃຫເໍ້ເກີດບາບໄດ້ ພຣະເຈົ້າເທົ່ານັ້ນທີເຮັດໄດ້ໃຫ້ເຮົາທົບທວນບົດຮຽນບົດທີ21 ຄວາມຈຳເປັນຄວາມຕ້ອງການທີຍິ່ງໃຫຍ່ທີສຸດຂອງມະນຸດບໍແມ່ນ ການເກ່ງຂື້ນ ແຕ່ຕ້ອງເປັນຄົນໃໝ່ (ບົດທີ58).

ໂຮມ 8:3-4
1 ເປໂຕ 1:18-19
3. ການຈັດຕຽມຂອງພຣະເຈົ້າ  

a. ເພາະພຣະເຈົ້າຊົງຮັກພວກເຮົາຫຼາຍ, ຈິ່ງສົ່ງພຣະເຢ ຊູຄຣິດພຣະບຸດມາຊົດໃຊ້ບາບຂອງຂອງພວກເຮົາ ພຣະເຢຊູສິ້ນພຣະຊົນຢູ່ເຖີງໄມ້ກາງແຂນເພື່ອຊ່ວຍພວກເຮົາໃຫ້ພົ້ນຈາກບາບ ແຕ່ຄວາມຕາຍບໍສາມາດເອົາຊະນະພຣະເຢຊູໄດ້ແລະສາມວັນຫຼັງຈາກຖືກຝັງໃນອຸໂມງພຣະອົງຊົງຄືນຂື້ນອີກເທື່ອໜຶ່ງ.

ໂຮມ 5:8
ເອເຟໂຊ 2:4-6

b. ໂດຍຜ່ານການສິ້ນພຣະຊົນ ແລະການຟື້ນຄືນຊີວິດຂອງພຣະເຢຊູ, ພຣະເຈົ້າສະເໜີໃຫ້ທ່ານ:

2 ໂກລິນໂທ 5:15
  • ການໃຫ້ອະໄພ – ບໍ່ມີສິ່ງກີດຂວາງໃດໆລະຫວ່າງທ່ານກັບພຣະເຈົ້າ.
ກິດຈະການ 13:38
ເອເຟໂຊ 1:17
  • ຊີວິດໃໝ່ ແລະການເລີ່ມຕົ້ນໃໝ່ – ຜ່ານພຣະວິນຍານບໍລິສຸດ, ພຣະອົງໃຫ້ຊີວິດຂອງພຣະອົງເອງແກ່ທ່ານ. ພຣະອົງຈະນຳພາທ່ານໄປສູ່ຄວາມຈິງທັງໝົດ ແລະໃຫ້ທ່ານມີອຳນາດເໜືອບາບ.
ໂຢຮັນ 3:3-8
2 ໂກລິນໂທ 5:17
ໂຢຮັນ 16:3
ຄາລາເຕຍ 5:16
  • ຈຸດປະສົງ – ພຣະເຈົ້າມີແຜນສຳລັບຊີວິດຂອງທ່ານ, ແລະຄວາມປາຖະໜາທີ່ຢາກໃຫ້ທ່ານຄົ້ນພົບຈຸດໝາຍປາຍທາງຂອງທ່ານ.
ເອເຟໂຊ 2:10
  • ຊີວິດນິລັນດອນ – ຂອງທ່ານຈະຢູ່ກັບພຣະເຈົ້າຕະຫຼອດໄປ.
ໂຢຮັນ 3:16
  • ແລະຫຼາຍກ່ວາທີທ່ານສາມາດຈິນຕະນາການໄດ້!
1 ໂກລິນໂທ 2:9
4. ການຕັດສິນໃຈຂອງທ່ານ  

a. ຄວາມລອດແມ່ນຂອງຂວັນ. ສິ່ງທີ່ພຣະເຈົ້າສະເໜີ ທ່ານຜ່ານພຣະເຢຊູແມ່ນຂອງຂວັນຫຍັງ. ແລະເຖິງແມ່ນວ່າມັນບໍ່ເສຍຄ່າ, ແຕ່ກໍມີຄ່າໃຊ້ຈ່າຍຄ່ອນຂ້າງສູງທີ່ຈະໄດ້ຮັບ. ພຣະເຈົ້າມີໃຊ້ຄ່າໃຊ້ຂ່າຍຫຼາຍກວ່າທີ່ພວກເຮົາສາມາດເຂົ້າໃຈໄດ້. ພຣະບຸດຂອງພຣະອົງຕ້ອງເສຍຕ່າໃຊ້ຈ່າຍແທ່ນເຮົາ.

ເອເຟໂຊ 2:8
ໂຮມ 6:23
2 ໂກລິນໂທ 9:15

b. ຂອງຂັວນບໍແມ່ນຂອງທ່ານຈົນກວ່າທ່ານຈະໄດ້ຮັບ. ທ່ານບໍສາມາດຮັບຂອງຂັວນນັ້ນໄດ້ແລະບໍແມ່ນຂອງທ່ານເອງຈົນກວ່າທ່ານຈະເລື່ອກທີ່ຈະຮັບ ທ່ານໄດ້ຮັບຂອງຂັວນຈາກພຣະເຈົ້າຜ່ານຄວາມເຊື່ອໂດຍວ່າງໃຈໃນພຣະອົງທ່ານສາມາດເລີ້ມຄວາມສຳພັນເປັນສ່ວນຕົວກັບພຣະເຈົ້າດ້ວຍການພາວະນາອະທິຖານງາ່ຍໆຄືດັ່ງນີ້.

ໂຢຮັນ 1:12
ໂຢຮັນ 5:24
ໂຮມ 10:8-9

“ພຣະອົງຊົງເປັນທີຮັກຂອງຂ້ານ້ອຍ ຂ້ານ້ອຍຖືກແຍກອອກຈາກພຣະອົງໂດຍບາບຂອງຂ້ານ້ອຍເອງ,ຂ້ານ້ອຍຂໍຄຸນຄຸນອົງພຣະເຢຊູຄຣິດເຈົ້າທີໄດ້ສີ້ນພຣະຊົນຢູ່ໃນໂລກນີ້ເພື່ອຊ່ວຍຂ້ານ້ອຍພົ້ນຈາກໂທດແລະອຳນາດຂອງບາບ ຂ້ານ້ອຍພ້ອມທີຈະໃຫ້ພຣະອົງຊົງເປັນເຈົ້າຂອງຊີວິດຂອງຂ້ານນ້ອນແລະນຳຂ້ານ້ອຍ ຍົກໂທດໃຫ້ຂ້ານ້ອຍແລະເຕີມເຕັມຂ້ານ້ອຍດ້ວຍພຣະວິນຍານບໍລິສຸດຂອງພຣະອົງແລະປ່ຽນຂ້ານ້ອຍໃຫ້ເປັນຄົນທີພຣະອົງຕ້ອງການທີໃຫ້ຈ້ານ້ອນເປັນ ຂ້ານ້ອຍອພທິຖານດ້ວຍຄວາມເຊື່ອໃນພຣະນາມຂອງອົງພຣະເຢຊູຄຣິດເຈົ້າ ອາແມນ.”

Click here ໃຫ້ກົດນີ້ ຖ້າຫາກວ່າ ກ) ທ່ານອະທິຖານແລະຄຳອະທິຖານນັນຕ້ອງການຄວາມຊວຍເຫຼື່ອໃນການຮູ້ວ່າຈະຕ້ອງເຮັດຫຍັງຕໍໄປ ບ)ທ່ານຫຍັງບໍພ້ອມທີຈະອະທິຖ່ານໃນຄຳອະທິຖານນັ້ນແຕ່ຕ້ອງການຮຽນຮູ້ເພີ້ມເຕີມ ຄ)ທ່າມີຄຳຖາມອືນໆກ່ຽວກັບຄວາມສຳພັນຂອງທ່ານເອງກ່ຽວກັບພຣະເຈົ້າເຮົາຍິນດີທີຈະຕິດຕໍຫາທ່ານໂດຍຜ່ານອີເມລຂອງທ່ານ.

ສິ່ງທີສຳຄັນບາງປະການທີທ່ານຕ້ອງຮູ້ກ່ຽວກັບຊີວິດໃໝ່ຂອງທ່ານທີຢູ່ໃນພຣະຄຣິດມີດັັ່ງຕໍໄປນີ້!

  1. ເພາະວ່າທ່ານເຊື່ອແລະສາລະພາບທ່ານຈິ່ງຈະລອດ! (ໂຣມ 10:9-10)
  2. ສິ່ງເຫຼົ່ານີ້ເປັນສິ່ງທີງົດຫງາມທີເກີດຂ້ືນກັບທ່ານ:
    1. ທ່ານໄດ້ເກີດໃໝ່ນັ້ນໝາຍຄວາມວ່າທ່ານໄດຮັບການຊົງສ້າງໃໝ່ໃນພຣະຄຣິດ! (1 ເປໂຕ 1:23; 2 ໂກລິນໂທ 5:17)
    2. ຕ້ອນນີ້ພຣະວິນຍານບໍລິສຸດຂອງພຣະເຈົ້າສະຖິດຢູ່ກັບທ່ານຕະຫຼອດໄປເພື່ອວ່າທ່ານຈະໄດ້ມີຄວາມສຳພັນເປັນທີສວນຕົວກັບພຣະອົງ ແລະພຣະອົງສາມາດມອບອຳນາດໃຫ້ກັບທ່ານຕິດຕາມພຣະອົງໃນຖານະທີເປັນພຣະເຈົ້າຂອງທ່ານເອງ! (1 ໂກລິນໂທ 3:16; ໂຣມ 8:10-11; 1 ໂກລິນໂທ 6:17)
  3. ໃນຕ້ອນນີ້ທູດສະຫວັນກຳລັງຊົມຊື່ນຍິນດີໃນການຕັດສິນໃຈຂອງ່ທານແລະພວກເຮົາກໍດີໃຈຄືກັນກັບພວກເຂົາ (ລູກາ 15:10)
  4. ເພາະວ່າທ່ານບໍໄດ້ເຮັດຫຍັງເພື່ອຄວາມລອດເພື່ອໃຫ້ລອດໄດ້ແຕ່ຄວາມລອດ(ເປັນຂອງຂັວນທີມາຈາກພຣະເຈົ້າ) ຈິ່ງບໍມີສິ່ງທີທານສາມາດເຮັດໃຫ້ເພື່ອສູນເສຍຄວາມລອດນັ້ນໄດ້. (ເອເຟໂຊ 2:8-10; ໂຢຮັນ 10:28)
    1. ທ່ານຖືກຈຳກາດວ້ຍພຣະວິນຍານບໍລິສຸດຂອງພຣະອົງແລະຮັບປະກັນຄວາມລອດນິລັນ. (ເອເຟໂຊ 1:13-14; ເອເຟໂຊ 4:30; 2 ໂກລິນໂທ 1:21)
    2. ພຣະວິນຍານບໍລິສຸດຂອງພຣະເຈົ້າເປັນພະຍານຕໍວິນຍານຂອງທ່ານວ່າທ່ານເປັນລູກຂອງພຣະອົງແລະທ່ານກໍຈະຢູ່ກັບພຣະອົງຕະຫຼອດໄປ. (ໂຣມ 8:16-17)
  5. ເປັນສິ່ງທີສຳຄັນຫຼາຍສຳລັບທ່ານໃນການທີທ່ານຈະເຕີບໂຕໃນຄວາມສຳພັນໃໝ່ກັບອົງພຣະເຢຊູຄຣິດ ການເຕີບໂຕໃນຄວາມສຳພັນຂອງທ່ານເກີດມາຈາກການເວົ້າຫຼືການສົນທະນາກັບພຣະເຈົ້າຢ່າງຕໍເນື່ອງແລະອ່ານພຣະຄຳຂອງພຣະອົງທຸກໆວັນນອກຈາກນີ້ຫຍັງມີການພົບປະກັບພີນ້ອງຄຣິສຕຽນຄົນອືນໆ ເພື່ອມິດຕະພາບໃນການນະມັສການແລະໃຫ້ກຳລັງໃຈກັນໃນການສຶກສາພຣະວັດຈະນະຂອງພຣະອົງແລະການຮັບໃຊ້ການປະຊຸ່ມຮວມກັນກັບຄົນອືນໆເຊັ່ນນີ້ເອີ້ນວ່າຄຣິສຕະຈັກຂອງທ່ານແລະເຂົ້າຮວມຄຣິສຕະຈັກທີເຊື່ອແລະສອນພຣະຄຳພີ.
  6. ຕ້ອນນີ້ເປັນເລື່ອງສຳຄັນທີທ່ານຈະຕ້ອງຊືນຊົມຍິນດີກັບຜູ້ອືນໃນການຕັດສິນໃຈຂອງທ່ານທັງເປັນຄຣິສຕຽນແລະບໍແມ່ນຄຣິສຕຽນໃນ24ຊົວໂມງອີກຂ້າງ  ໜ້າພະຍາຍາມບອກຄົນໃຫ້ເຂົາຢ່າງໜ້ອຍ5ຄົນ ກ່ຽວກັບຄວາມສຳພັນລະຫວ່າງທ່ານເອງກັບພຣະອົງພຣະເຢຊູຄຣິດເຈົ້າ.

ສຸດທ້າຍມີສິ່ງໜຶ້່ງທີທ່ານຕ້ອງເຮັດທີເປັນພື້ນຖານເພື່ອການເຕີບໂຕໃນຄວາມສຳພັນກັບພຣະເຈົ້າ ໃນການເຕີບກັບອົງພຣະຜູ້ເປັນເຈົ້າຄືການຮຽນຮູ້ກັບພຣະອົງໃນທຸກມື້ທຸກວັນ. ອ່ານ "ການເຕີບໃຫ່ຍໃນພຮະເຈົ້າ" ດຽວນີ້.