ຖືກເອີ້ນໃຫ້ຕິດຕາມພຣະເຢຊູ

ພຣະເຈົ້າເຫັນຄຸນຄ່າຂອງຄວາມສະມັກໃຈຫຼາຍກວ່າຄວາມສາມາດ


ການແນະນໍາ

ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ໄປ​ຕາມ​ແຄມ​ທະເລສາບ​ຄາລີເລ​ນັ້ນ ພຣະອົງ​ກໍ​ເຫັນ​ສອງ​ອ້າຍ​ນ້ອງ​ທີ່​ເປັນ​ຄົນ​ຫາ​ປາ ຜູ້ໜຶ່ງ​ຊື່​ວ່າ​ຊີໂມນ (ຍັງ​ມີ​ຊື່​ອີກ​ວ່າ ເປໂຕ) ແລະ​ນ້ອງ​ຂອງ​ເພິ່ນ​ຊື່​ວ່າ ອັນເດອາ, ພວກເພິ່ນ​ກຳລັງ​ຖິ້ມ​ມອງ​ຫາ​ປາ​ລົງ​ໃນ​ທະເລສາບ. ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ ແລະ​ເຮົາ​ຈະ​ສອນ​ພວກເຈົ້າ​ໃຫ້​ເປັນ​ຜູ້​ຫາ​ຄົນ.” ໃນ​ທັນໃດນັ້ນ ພວກເພິ່ນ​ກໍ​ປະ​ມອງ​ໄວ້​ແລະ​ຕິດຕາມ​ໄປ​ກັບ​ພຣະອົງ. ພຣະເຢຊູເຈົ້າ​ໄດ້​ຍ່າງ​ຕໍ່ໄປ ແລະ​ເຫັນ​ສອງ​ອ້າຍ​ນ້ອງ​ຄື ຢາໂກໂບ​ກັບ​ໂຢຮັນ ລູກຊາຍ​ຂອງ​ເຊເບດາຍ ກຳລັງ​ຝູງ​ມອງ​ຊ່ວຍ​ພໍ່​ຂອງຕົນ​ຢູ່​ໃນ​ເຮືອ. ພຣະເຢຊູເຈົ້າ​ຈຶ່ງ​ເອີ້ນ​ເອົາ​ພວກເພິ່ນ, ທັນໃດນັ້ນ ທ່ານ​ທັງສອງ​ກໍ​ປະ​ເຮືອ​ກັບ​ຄອບ​ລາ​ພໍ່​ຂອງ​ພວກເພິ່ນ​ແລະ​ຕາມ​ພຣະອົງ​ໄປ.

– ມັດທາຍ 4:18–22

ມື່ອ​ພຣະເຢຊູເຈົ້າ​ເອີ້ນ​ສາວົກ​ສິບສອງ​ຄົນ​ຂອງ​ພຣະອົງ​ມາ​ພ້ອມ​ກັນ​ແລ້ວ, ພຣະອົງ​ໃຫ້​ສິດ​ອຳນາດ​ແກ່​ພວກເພິ່ນ ເພື່ອ​ຂັບໄລ່​ຜີຊົ່ວຮ້າຍ​ອອກ ແລະ​ເພື່ອ​ໃຫ້​ພະຍາດໂຣຄາ​ທັງ​ການ​ເຈັບໄຂ້​ໄດ້ປ່ວຍ​ທຸກຢ່າງ​ດີ​ໄດ້. ພວກ​ອັກຄະສາວົກ​ສິບສອງ​ຄົນ​ນັ້ນ ຜູ້​ທຳອິດ​ຊື່ ຊີໂມນ (ຜູ້​ທີ່​ເອີ້ນ​ວ່າ​ເປໂຕ) ແລະ ອັນເດອາ​ນ້ອງຊາຍ​ຂອງຕົນ, ຢາໂກໂບ ແລະ ໂຢຮັນ​ນ້ອງຊາຍ​ຂອງຕົນ​ເປັນ​ລູກຊາຍ​ຂອງ​ເຊເບດາຍ; ຟີລິບ ແລະ ບາຣະໂທໂລມາຍ, ໂທມາ ແລະ ມັດທາຍ​ຄົນ​ເກັບພາສີ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ ແລະ ທາດາຍ, ຊີໂມນ​ຜູ້ຮັກຊາດ ແລະ ຢູດາ​ອິດສະກາຣີອົດ ຜູ້​ທີ່​ທໍລະຍົດ​ຕໍ່​ພຣະເຢຊູເຈົ້າ​ນັ້ນ.

– ມັດທາຍ 10:1–4

ຫລັງຈາກຕໍຕ້ານຊາຕານ, ພຣະເຢຊູໄດ້ອອກຈາກຖິ່ນແຫ້ງແລ້ງກັນດານດ້ວຍພະລັງຂອງພຣະວິນຍານ. ໃນບໍດົນຜູ້ຄົນເລີ່ມຕິດຕາມພະເຍຊູ. ຜູ້ຕິດຕາມສ່ວນໃຫຍ່ເຫຼົ່ານີ້ແມ່ນສາມັນຊົນ, ຄົນທຳມະດາ. ແຕ່ພວກເຂົາໄດ້ເຫັນບາງສິ່ງບາງຢ່າງທີ່ບໍ່ທຳມະດາ ແລະພິເສດໃນພຣະເຢຊູ. ບາງຄົນໄດ້ປະອາຊີບຕົນແລ້ວໄປຕິດຕາມພຣະເຢຊູ. ຄົນໃນຈຳນວນນີ້ແມ່ນຊາວປະມົງ, ເຊິ່ງພຣະເຢຊູໄດ້ກ່າວວ່າ, "ຈົ່ງຕາມເຮົາແລະເຮົາຈະເຮັດໃຫ້ເຈົ້າເປັນຜູ້ຫາຄົນ." ຈາກນັ້ນໃຜເປັນຜູ້ທີ່ຕິດຕາມພຣະອົງ, ພຣະເຢຊູໄດ້ເລືອກເອົາຄົນໃນກຸ່ມເອົາສິບສອງຄົນ. ຄົນເຫຼົ່ານນີ້ຮູ້ຈັກກັນໃນນາມເປັນສາວົກຂອງພໜະອົງແລະເປັນເວລາເກື່ອບ ສາມສິບ ປີທີພວກເຂົາໄດ້ຕິດຕາມພຣະອົງແລະຮຽນຮູ້ ຈາກພຣະອົງ. ພວກເຂົາເຫຼົ່ານີ້ໄດ້ເລີ່ມເຫັນໂລກຜ່ານສາຍຕາຂອງພຣະອົງ. ເຊັ່ນດຽວກັບທຸກຄົນທີ່ຕິດຕາມພຣະເຢຊູ, ຜູ້ຄົນເຫລົ່ານີ້ໄດ້ຖືກຕຽມພ້ອມສຳລັບສິ່ງທີ່ເໜືອໄປກວ່າສິ່ງທີ່ພວກເຂົາຄິດ.

– ບົດຮຽນຄວາມຫວັງ ບົດທີ9

ການສັງເກດ ແລະການພິຈາລະນາ

ຫລັງຈາກຕໍຕ້ານກັບການລໍ້ລວງຂອງຊາຕານ, ພຣະເຢຊູໄດ້ອອກຈາກຖິ່ນກັນດານດ້ວຍພະລັງຂອງພຣະວິນຍານ. ພຣະອົງໄດ້ກຽມພ້ອມສໍາລັບການປະຕິບັດຢູ່ໃນເປົ້າໝາຍຂອງພຣະອົງ. ມັນບໍ່ດົນກ່ອນທີ່ຜູ້ຄົນຈະເລີ່ມຕິດຕາມພຣະອົງ. ຈາກຜູ້ຕິດຕາມເຫຼົ່ານີ້,ໃນທີສຸດພຣະເຢຊູຊົງເລື່ອເອົາກຸ່ມນ້ອຍ ທີຮູ້ຈັກກັນໃນນາມສາວົກຂອງພຣະອົງ.1 ພຣະເຢຊູອາໃສຢູ່ກັບພວກເຂົາເຫຼົ່ານີ້ລະ  ມື້ຕໍ່ມື້ພຣະອົງໄດ້ສອນພວກເຂົາໂດຍຄຳເວົ້າ ແລະຕົວຢ່າງ. ພຣະອົງໄດ້ລົງທືນໃນຊີວິດຂອງພວກເຂົາ. ພຣະອົງຊົງປ່ຽນຈິດວິນຍານຂອງພວກເຂົາ. ແລະໂດຍຜ່ານການຊົງຊົງເລື່ອກພວກເຂົາ, ພຣະເຈົ້າໄດ້ເລີ່ມຕົ້ນການທຳງານແລະການເຄື່ອນໄຫວ (ໃນນາມຄຣິສຕະຈັກ) ເຊິ່ງເປັນຕົວໜັງສືທີ່ບໍ່ສາມາດປຽບທຽບໄດ້ໃນທຸກໆປະຫວັດສາດ.

ບັດນີ້ຖ້າທ່ານຈະໄປເຕົ້າໂຮມກຸ່ມເພື່ອເລີ່ມຕົ້ນການເຄື່ອນໄຫວດັ່ງກ່າວເພື່ອປ່ຽນແປງໂລກ, ຫຼັງຈາກນັ້ນທ່ານອາດຈະຊອກຫາຄົນທີ່ມີຂອງປະທານແລະປະສົບຜົນສຳເລັດທີ່ພິເສດ. ແຕ່ອີກເທື່ອໜຶ່ງ, ພວກເຮົາເຫັນວ່າພຣະເຈົ້າມັກເຮັດສິ່ງທີ່ແຕກຕ່າງຈາກວິທີທີ່ພວກເຮົາຈະເຮັດ. ຜູ້ຄົນທີ່ພຣະເຢຊູຊົງເອີ້ນໃຫ້ຢູ່ໃນການປະກາດພາຍໃນຂອງພຣະອົງບໍ່ແມ່ນຜູ້ຄົນທີ່ມີການສຶກສາຫລືມີອິດທິພົນຫລາຍທີ່ສຸດທີ່ລາວສາມາດພົບໄດ້. ໂດຍການປະກົດຕົວທັງໝົດເຫຼົ່ານີ້ແມ່ນສາມັນຊົນຜູ້ຄົນທຳມະດາ. ພວກເຂົາຈຳນວນໜຶ່ງແມ່ນຊາວປະມົງ. ຜູ້ໜຶ່ງ ແມ່ນຜູ້ເກັບພາສີ. ແລະອີກຄົນໜຶ່ງແມ່ນນັກປະຕິວັດ. ແຕ່ພຣະເຢຊູໄດ້ເຫັນຄວາມສາມາດຂອງພວກເຂົາແຕ່ລະຄົນ, ແລະໃນທີ່ສຸດພຣະເຈົ້າໄດ້ໃຊ້ພວກເຂົາໃຫ້ເກີດກັບສິ່ງທີ່ໜ້າປະຫຼາດໃຈ, ເປັນສິ່ງທີ່ມີຊີວິດຢູ່ໃນປະຈຸບັນແລະຈະມີຊີວິດຕະຫຼອດໄປ.

ການຖາມ ແລະການພິຈາລະນາ

  • ເມື່ອທ່ານພິຈາລະນາລູກສິດຂອງພຣະເຢຊູ, ທ່ານຄິດວ່າພວກເຂົາເປັນຄົນທຳມະດາຫລືເປັນຜູ້ຄົນທີ່ຍິ່ງໃຫຍ່ບໍ? ອະທິບາຍ.
  • ຮູບແບບຂອງອັກຄະສາວົກເກົ່າຈຳນວນຫລາຍຮູບສະແດງໃຫ້ພວກເຂົາເປັນມະນຸດທີສຸດຍອດຫຼືຢຢອດຢຽມ.2 ເປັນຫຍັງທ່ານຄືຄິດແບບນີ້?
  • ເຊັ່ນດຽວກັບກໍລະນີຂອງພວກສາວົກ, ພຣະເຈົ້າໃຊ້ຄົນ ທຳມະດາເພື່ອເຮັດສິ່ງທີ່ພິເສດ. ທ່ານຄິດວ່າພຣະເຈົ້າອາດຈະໃຊ້ທ່ານໃຫ້ເຮັດສິ່ງທີ່ພິເສດບໍ? ເປັນ​ຫຍັງ​ຫຼື​ເປັນ​ຫຍັງ​ຈຶ່ງ​ບໍ່?

ການຕັດສິນໃຈ ແລະການປະຕິບັດ

ເຖິງແມ່ນວ່າພວກເຂົາອາດຈະບໍ່ໄດ້ເປັນຜູ້ຄົນທີ່ໂດດເດັ່ນໃນແງ່ຂອງມະນຸດ (ການສຶກສາ, ຄວາມຮັ່ງມີ, ອຳນາດ, ແລະອື່ນໆ), ມີສິ່ງໜຶ່ງທີ່ເຮັດໃຫ້ພວກສາວົກແຕກຕ່າງຈາກຜູ້ຄົນອືນໆອີກຫຼາຍຄົນ. ພວກເຂົາເຕັມໃຈທີ່ຈະອຸທິດຕົນເພື່ອພຣະເຢຊູ. ພວກເຂົາເລືອກທີ່ຈະໃຊ້ຊີວິດກັບພຣະເຢຊູ.

ຖ້າທ່ານຕ້ອງການໃຫ້ພຣະເຈົ້າໃຊ້ທ່ານ, ຫຼັງຈາກນັ້ນໃຫ້ຖອດຖອນບົດຮຽນຈາກພວກສາວົກແລະປະຕິບັດຕົວທ່ານເອງຢູ່ກັບພຣະອົງ. ພະເຈົ້າເຫັນຄຸນຄ່າທີ່ມີຫຼາຍກວ່າຄວາມສາມາດ. ຖ້າທ່ານເຮັດໃຫ້ຕົວທ່ານເອງຢູ່ກັບພຣະອົງ, ແລ້ວພຣະອົງຈະໃຊ້ທ່ານ. ມັນເປັນເລື່ອງທີງ່າຍດາຍ.

For Further Study

  • John MacArthur, Twelve Ordinary Men. (W Publishing Group, A Division of Thomas Nelson, Inc., Nashville, Tennessee, 2002). To quote the back cover: “This book…brings you face to face with the disciples as you’ve never seen them before. You’ll walk in their shoes. You’ll understand their doubts and hopes. And you’ll hear the power of Jesus’ words in a whole new way. The message of Twelve Ordinary Men is clear. If Christ can accomplish his purposes through men like these, imagine what He has in store for you!” (http://www.amazon.com/Twelve–Ordinary–Men–John–MacArthur/dp/0849917735). Retrieved October 9, 2006.
  • Who Were the Chosen Twelve? (© Bible Study Site. (http://www.biblestudy.org/question/12-apostles-twelve-disciples.html). Retrieved September 30, 2014. A brief overview of Jesus’ twelve disciples.

Footnote

1Bible Encyclopedia, Disciple. (ChristianAnswers.net, a Ministry of Films for Christ/Eden Communications, 2006).
(http://christiananswers.net/dictionary/disciple.html). Retrieved October 31, 2006.
2Compare these earlier paintings of Christ and His disciples that were downloaded from The Metropolitan Museum of Art’s website
(http://www.metmuseum.org/search-results?ft=christ+and+his+disciples&x=-1392&y=-58) with these more recent renderings: (http://christcenteredmall.com/stores/art/disciples_of_jesus.htm). (Christ–Centered Art, 2006. Web pages copyright © 1998–2006 by Christ–Centered Mall, Inc.). Retrieved October 31, 2006.