ພຣະລັກສະນະຂອງພຣະເຈົ້າ

ປື້ມພຣະຄຳພີ ໄດ້ເວົ້າຫຍັງກ່ຽວກັບພຣະເຈົ້່າ


ການແນະນໍາ

ກ່່ອນທີ່ຈະເກີດມີທຸກຢ່າງ, ກ່ອນເກີດມີເວລາ ຫຼື ຊ່ອງຫວ້າງ ຫຼື ກາຍຍະພາບຕ່າງໆ, ໄດ້ມີພຣະເຈົ້າຢູ່ກ່ອນແລ້ວອົງທີ່ເໜືອເກີນຄວາມສາມາດທີ່ເຮົາຈະບັນຍາຍ ຫຼື ອະທິບາຍ. ຜ່ານເລື່ອງລາວຂອງພຣະອົງ, ພວກເຮົາພົບວ່າພຣະເຈົ້າແມ່ນພຣະວີນຍານທີ່ບໍ່ີຈຸດເລີ້ມຕົ້ນ ແະ ບໍ່ມີຈຸດຈົບ. ພຣະອົງສົມບູນໃນຕົວຂອງພຣະອົງ, ບໍ່ຂາດສິ່ງໃດ, ພຣະອົງເປັນຄວາມຮູ້ທຸກຢ່າງ ແລະ ທຸກໆສະຕິປັນຍາ. ພຣະອົງຊົງສົມບູນແບບໃນທຸກໆທາງ. ພຣະອົງກໍ່ບໍ່ໄດ້ມີຂອບເຂດໂດຍສິ່ງໃດໜຶ່ງ.

– ບົດຮຽນແຫ່ງຄວາມຫວັງ, ບົດເລືື່ອງທີ່ 1

ການສັງເກດ ແລະ ການພິຈາລະນາ

ໃນອາທິດທຳອີດຂອງການຮຽນໄດ້ສະແດງໃຫ້ເຫັນເຖິງຫຼັກຖານວ່າພຣະຄຳພີແມ່ນສິ່ງທີ່ໄວ້ໃຈໄດ້ທີ່ສຸດເຖິງເປັນຈຸດທີ່ອ້າງອີງໄດ້ໃນທົ່ວທຸກມູມໂລກສຳລັບຄວາມເຂົ້າໃຈໃນເລື່ອງຈິງ.

ພຣະຄຳພີແມ່ນການເປີດເີບກ່ຽວກັບພຣະອົງເອງ, ແລະ ມັນໃຫ້ເັນຄວາມຈິງກ່ຽວກັບພຣະເຈົ້າໄດ້ສອງທາງ. ທາງທີ່ໜຶ່ງແມ່ນໂດຍການເຮັດໃຫ້ເຫັນ: ການບັນທຶກການກະທຳຂອງພຣະເຈົ້າ ແລະ ການພົວພັນທາງໂລກ ແລະ ມະນຸດຊາດ. ອີກທາງໜື່ງແມ່ນທາງການປະກາດ: ການເວົ້າອອກໄປ ຫຼື ປະກາດກ່ຽວທຳມະຊາດ ແລະ ຄຸນລັກສະນະຂອງພຣະເຈົ້າ.

ໃຫ້ພິຈາລະນາໃນຂໍ້ພຣະຄຳພີຂ້າງລຸ່ມນີ້ເພື່ອເປັນສ່ວນຊ່ວຍສະໜັບສະໜຸນບົດຫຍໍ້ຈາກ ເດິຮົບ ທີ່ກ່າວໄວ້ຂ້າງເທິງ.

  • ກ່ອນຈະເກີດມີທຸກຢ່າງ, ໄດ້ມີພຣະເຈົ້າ

ດ້ວຍວ່າໂດຍພຣະອົງນັ້ນພຣະເຈົ້າໄດ້ສ້າງສັບພະສິ່ງທັງໃນທ້ອງຟ້າ ແລະ ເທິງແຜນດິນໂລກ ສິ່ງທີ່ຕາເຫັນຕາເຫັນໄດ້ແລະ ຕາເຫັນບໍ່ໄດ້ ເປັນພຣະທີ່ນັ່ງ ຫຼື ອານຸພາບ ຫຼື ບັນດາຜູ້ປົກຄອງ ແລະ ບັນດາຜູ້ມີສິດອຳນາດທັງຫຼາຍ ພຣະເຈົ້າໄດ້ສ່າງຊັບພະສິ່ງທັງໝົດນີ້ໂດຍທາງພຣະອົງ ແລະ ສຳລັບພຣະອົງ. ພຣະອົງຊົງຢູ່ກ່ອນສັບພະທຸກສິ່ງ ແລະ ສັບພະທຸກສິ່ງກໍ່ດຳລົງເປັນລະບຽບຢູ່ໂດຍພຣະອົງ."  (ໂກໂລຊາຍ 1:16-17)

  • ພຣະເຈົ້າແມ່ນເກີນຄວາມສາມາດຂອງເຮົາທີ່ຈະເຂົ້າໃຈຢ່າງເຕັມສ່ວນ

ອົງພຣະຜູ້ເປັນເຈົ້າຜູ້ຍິ່ງໃຫ່ຍ ແລະ ເປັນທິ່ຍ້ອງຍໍສັນລະເສີຍຢ່າງສູງສົ່ງ. ຄວາມຍິ່ງໃຫ່ຍຂອງພຣະອົງນັ້ນເໜືອກວ່າຄວາມເຂົ້າໃຈໄດ້." (ເພງສັນລະເສີີນ 145:3)

"ຄວາມຮັ່ງມີຂອງພຣະເຈົ້າກໍ່ມີຢ່າງລົ້ນເຫຼືອ ແລະ ພຣະສະຕິປັນຍາ ທັງຄວາມຮອບຮູ້ຂອງພຣະອົງກໍ່ແສນເລີດລ້ຳ ການຕັດສິນຂອງພຣະອົງກໍ່ເໜືອທີ່ຈະເຂົ້າໃຈໄດ້ ແະ ວິທີທາງຂອງພຣະອົງກໍ່ເຫຼືອວິໄສທີ່ຈະຄົ້ນຄ້ວາໄດ້.!" (ໂຣມ 11:33)

  • ພຣະເຈົ້າເປັນພຣະວິນຍານ

"ພຣະເຈົ້າຊົງເປັນພຣະວິນຍານ ແລະ ຜູ້ທີ່ນະມັດສະການພຣະອົງຕ້ອງນະມັດສະການດ້ວຍຈິດວິນຍານ ແລະ ຄວາມຈິງ." (ໂຢຮັນ 4:24)

  • ພຣະເຈົ້າເປັນນິລັນ - ພຣະອົງບໍ່ມີຈຸດເລີ້ມຕົ້ນ ແລະ ຈຸດຈົບ

ກ່ອນທີ່ພູຜາປ່າໄມ້ຖືກສ້າງຂຶ້ນມາ ກ່ອນທີ່ໂລກເຮົາດຳລົງຄົງຕົວຢູ່ຢ່າງນີ້ ພຮະອົງເປັນພຣະເຈົ້າອົງເປັນຢູ່ຊົ່ວນິລັນການ ແລະ ເປັນພຣະເຈົ້າທີ່ກຳລົງຢູ່ສືບໄປເປັນນິດ." (ເພງສັນລະເສີີນ 90:2)

ແຕ່ພຣະອົງຍັງເປັນຢູ່ຢ່າງເດີມສະເໝີໄປ ຊີວິດຂອງພຣະອົງກໍ່ບໍ່ສີ້ນສຸດເປັນຈັກເທື່ອ." (ເພງສັນລະເສີີນ 102:27)

ພຣະກຽດແລະ ພະລັດສະໝີ ຈົ່ງມີແກ່ພຣະມະຫາກະສັດ ຜູ້ຊົງພຣະຈະເລີນຢູ່ເປັນນິດ ຜູ້ຊົງເປັນອົງອຳມະຕະ ຊຶ່ງບໍ່ໄດ້ປະກົດພຣະອົງຜູ້ຊົງເປັນພຣະເຈົ້າແຕ່ອົງດຽວ ສືບໆໄປເປັນນິດ ອາແມນ." (ຕີໂມທຽວ  1:17)

  • ພຣະອົງຊົງສູມບູນໃນຕົວຂອງພຣະອົົງ, ບໍ່ຂາດສິ່ງໃດເລີຍ

ພຣະເຈົ້າອົງທີ່ໄດ້ສ້າງໂລກກັບສິ່ງທັງປວງ ທີ່ຢູ່ໃນໂລກແມ່ນອົງພຮະຜູ້ເປັນເຈົ້າຂອງສະຫວັນແລະແຜ່ນດິນໂລກ ພຣະເຈົ້າອົງນີ້ບໍ່ໄດ້ຢູ່ໃນວິຫານທີ່ສ້າງຂຶ້ນມາດ້ວຍມືຂອງມະນຸດ. ພຮະອົງບໍ່ຈຳເປັນໃຫ້ມະນຸດຈັດຫາສິ່ງໃດສິ່ງໜຶ່ງໃຫ້ແກ່ພຣະອົງ ເພາະວ່າແມ່ນພຮະອົງເອງທີ່ເປັນຜູ້ໂຜດປະທານຊີວິດ, ລົມຫາຍໃຈ ແລະ ສັບພະທຸກສິ່ງແກ່ມະນຸດທຸກຊາດທຸກພາສາ." (ກິດຈະການ 17:24-25)

  • ພຮະເຈົ້າເປັນທຸກຄວາມຮູ້  ແລະ ທຸກສະຕິປັນຍາ

ພຣະເຈົ້າຢາເວຂອງພວກເຮົາຍິ່ງໃຫ່ຍ ແລະ ຊົງຣິດອຳນາດຫຼາຍ." (ເພງ​ສັນລະເສີນ 147:5)

ຕໍ່ມາເພິ່ນໄດ້ກ່າວຕໍ່ໂຊໂລໂມນວ່າ, “ລູກເອີຍ ເຈົ້າຈົ່ງຮໍ່າຮຽນໃຫ້ຮູ້ຈັກພຣະເຈົ້າອົງທີ່ພໍ່ໄດ້ຮັບໃຊ້ນີ້ໃຫ້ດີໆ ແລະ ຈົ່ງບົວລະບັດຮັບໃຊ້ພຣະອົງດ້ວຍສຸດໃຈ ແລະ ສຸດຄວາມຄິດ ພຣະອົງຮູ້ຄວາມຄິດ ແລະ ຄວາມປາຖະໜາທັງໝົດຂອງພວກເຮົາຖ້າເຈົ້າສະແຫວງຫາພຣະອົງ ພຣະອົງກໍ່ຈະໃຫ້ເຈົ້າໄດ້ພົບພຣະອົງ ແຕ່ຖ້າເຈົ້າຫັນໜີໄປຈາກພຣະອົງ ພຮະອົງກໍ່ຈະປະຖິ້ມເຈົ້າຕະຫຼອດໄປ." (1 ຂ່າວຄາວ 28:9)

ພວກເຈົ້າຕັ້ງບໍ່ຮູ້ ພວກເຈົ້າບໍ່ໄດ້ຍິນບໍ? ອົງພຣະຜູ້ເປັນເຈົ້າຄືພຮະເຈົ້າເປັນຢູ່ ສືບໄປນິດ  ພຮະອົງເປັນຜູ້ສ້າງສັບພະທຸກສິ່ງຢູ່ໃນໂລກເຮົາພຮະອົງບໍ່ເຄີຍກ່າວວ່າພຣະອົງອອ່ນແຮງຈັກເທື່ອ ຫຼື ພຣະອົງອຶດເມືອຍແຕ່ປະການໃດເລີຍ ບໍ່ມີຜູ້ໃດເຂົ້າໃຈຄວາມຄິດຂອງພຣະອົງໄດ້." (ເອຊາຢາ 40:28)

  • ພຣະເຈົ້າສົມບູນແບບ- ພຣະເຈົ້າບໍລິສຸດ

ໃນ ມັດທາຍ 5:48, ພຣະເຈົ້າພັນະນາຄຳວ່າສົມບູນແບບ.ນີ້ແມ່ນຄຸນລັກສະນະຂອງພຣະເຈົ້າທີ່ໃກ້ຄຽງທີ່ສຸດທຽບກັບຄູນລັກສະນະຂອງພຣະອື່ນ.  ຜູ້ສ້າງ ວີດີໂອຂອງ ເດິຮົບເລືອກທີ່ຈະໃຊ້ຄຳສົມບູນແບບແທນຄຳວ່າບໍລິສຸດ ເພາະວ່າມັນແມ່ນຄຳທີ່ທຸກຄົນຮູ້ ແລະ ງ່າຍທີ່ຈະເຂົ້າໃຈ. ແນວໃດກໍ່ຕາມ, ໂດຍຄວາມເຂົ້າໃຈກັບຄຳທີ່ວ່າບໍລິສຸດ, ພວກເຮົາສາມາດເຂົ້າໃຈໄດ້ຕາມຄວາມສົມບູນແບບທີ່ພຣະເຈົ້າເປັນ.

ຄຳວ່າບໍລິສຸດມັນໝາຍເຖິງການແຍກອອກຈາກກັນ, ຫຼື ບໍ່ຄືຄົນອື່ນ.1 ບໍ່ແມ່ນພຽງແຕ່ພຣະເຈົ້າເທົ່ານັ້ນທີ່ສົມບູນແບບ, ແຕ່ໃນຄວາມສົມບູນແບບຂອງພຣະອົງນັ້ນພຣະອົງເໜືອກວ່າການປຽບທຽບກັບສິ່ງອື່ນໃດທັ້ງນັ້ນ.

ຂ້າແດ່ອົງພຣະຜູ້ເປັນເຈົ້າໃນບັນດາພຣະທັງຫຼາຍນັ້ນໃຜແດ່ຄືພຣະອົງ? ແນ່ວແນ່ຄືພຣະອົງຜູ້ຍິ່ງໃຫ່ຍ ແລະ ບໍລິສຸດດ້ວຍ……?" (ອົບພະຍົບ 15:11)

ບໍ່ມີພີຣະໃດບໍລິສຸດດັ່ງອົງພຣະຜູ້ເປັນເຈົ້າ ບໍ່ມີພຣະຄຸ້ມຄອງອົງໃດເປັນດັ່ງພຮະເຈົ້າ." (ຊາມູເອນ 2:2)

“…..ບໍ່ມີຜູ້ໃດຄືພຮະອົງ; ພວກຂ້ານ້ອຍຮູ້ຢູ່ສະເໝີວ່າ ພຮະອົງເທົ່ານັ້ນທີ່ເປັນພຣະເຈົ້າ." (ຊາມູເອນ 7:22)

ຂ້າແດ່ອົງພຣະຜູ້ເປັນເຈົ້າ ບໍ່ມີຜູ້ໃດເລີຍທີ່ເປັນດັ່ງພຣະອົງ; ພວກຂ້ານ້ອຍຮູ້ຢູ່ສະເໝີວ່າພຣະອົງເທົ່ານັ້ນທີ່ເປັນພຣະເຈົ້າ." (1 ຂ່າວຄາວ 17:20)

“….. ເພາະພຣະອົງຜູ້ດຽວຊົງເປັນຜູ້ບໍລິສຸດ" (ພຮະນິມິດ 15:4)

  • ພຮະເຈົ້າບໍ່ຈຳກັດດ້ວຍສິ່ງໃດທັ້ງສິ້ນ

ພຣະອົງມີອຳນາດເໜືອກວ່າສິ່ງໃດທັງໝົດ

ຂ້າແດ່ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າ ພຣະອົງໄດ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ ໂດຍລິດອຳນາດອັນຍິ່ງໃຫ່ຍຂອງພຣະອົງ ບໍ່ມີສິ່ງໃດເລີຍຍາກສຳລັບພຣະອົງ." (ເຢເຣມີຢາ 32:17)

ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍຮູ້ວ່າພຣະອົງຊົງຣິດອຳນາດຍິ່ງໃຫ່ຍ ແລະ ພຣະອົງຊົງເຮັດທຸກໆສິ່ງຕາມໃຈມັກດ້ວຍ." (ໂຢບ 42:2)

ພຣະເຢຊູເຈົ້າຫຼຽວເບິ່ງພວກສາວົກ ແລ້ວຕອບວ່າ, “ສຳລັບມະນຸດແ້ວເປັນໄປບໍ່ໄດ້ ແຕ່່ສຳລັບພຣະເຈົ້າແລ້ວທຸກສິ່ງເປັນໄປໄດ້." (ມັດທາຍ 19:26)

  • ພຮະອົງບໍ່ຈຳກັດດ້ວຍເວລາ ຫຼື ສະຖານທີ່

ບາງເທື່ອຄຳຖາມແມ່ນການຖາມ,” ແນວໃດ, ຫຼື ເມື່ອໃດ, ພຣະເຈົ້າຊົງເລີ້ມມາ?” ມັນຍາກທີ່ຈະຄິດເຖິງສິ່ງທີ່ເປັນຢູ່ທີ່ເໜືອການເວລາ ແລະ ສະຖານທີ່. ແລະ ນັ້ນແມ່ນພຮະເຈົ້າ. ເວລາ ແລະ ສະຖານທີ່ແມ່ນສິ່ງທີ່ຖືກສ້າງຂຶ້ນ. ພຮະເຈົ້າຢູ່ທຸກທີ່ທຸກເວລາ.

ອົງພຮະຜູ້ເັນເຈົ້າໄດ້ກ່າວວ່າ,”ເຮົາແມ່ນພຮະເຈົ້າຜູ້ຢູ່ທຸກທີ່ທຸກບ່ອນ ແລະ ບໍ່ໄດ້ຢູ່ແຕ່ໃນບ່ອນດຽວ.”….. ພວກເຈົ້າບໍ່ຮູ້ຫຼືວ່າ ເຮົາຢູ່ທຸກໆບ່ອນທັງໃນຟ້າສະຫວັນ ແລະ ທີ່ແຜ່ນດິນໂລກ?”ອົງພຣະຜູ້ເປັນເຈົ້າກ່າວດັ່ງນັ້ນແລະ" (ເຢເຣມີຢາ 23:23-24)

"ຖ້າຂຶ້ນໄປທີ່ຟ້າສະຫວັນ ພຣະອົງກໍ່ຢູ່ທີ່ນັ້ນແລ້ວເດ ຖ້າລົງໄປໃນພິພົບຄົນຕາຍພຮະອົງກໍ່ຢູ່ທີ່ນັ້ນດ້ວຍ." (ເພງ​ສັນລະເສີນ 139:8)

ແຕ່ພວກທີ່ຮັກເອີຍ ຢ່າລືມຂໍ້ນີ້ວ່າ ຕໍ່ພຣະພັກຂອງອົງພຮະຜູ້ເປັນເຈົ້າ ວັນດຽວກໍ່ເໝືອນກັບພັນປີ ແລະ ພັນປີກໍ່ເໝືອນວັນດຽວ." (ເປໂຕ 3:8)

  • ພຣະອົງຢູ່ໃນການຄວບຄຸມແບບສົມບູນ

ອົງພຮະຜູ້ເປັນເຈົ້າກະທຳທຸກສິ່ງຕາມພຮະປະສົງ ໃນສະຫວັນ ແລະ ແ່ຜ່ນດິນໂລກທັງໃນທ້ອງທະເລເລິກ ແລະ ທ່າມກາງມະຫາສະໝຸດອັນກວ້າງໃຫ່ຍຄືກັນ." (ເພງ​ສັນລະເສີນ 135:6)

“……ເພາະວ່າພຣະອົງໄດ້ຊົງສ້າງສັບພະທຸກສິ່ງທັງປວງ ແລະ ສັບພະທຸກສິ່ງທັງປວງນັ້ນກໍຊົງສ້າງຂຶ້ນແລ້ວ ແລະ ດຳລົງຢູ່ຕາມຊອບພຣະໄທຂອງພຮະອົງ." (ພຮະນິມິດ 4:11)

ພຣະເຈົ້າຂອງພວກຂ້ານ້ອຍຢູ່ເທິງສະຫວັນພຣະອົງປາຖະໜາສິ່ງໃດກໍກະທຳສິ່ງນັ້ນ. (ເພງ​ສັນລະເສີນ 115:3)

ໃນພຣະອົງນັ້ນພວກເຮົາໄດ້ຕົກເປັນສ່ວນຂອງພຣະເຈົ້າຕາມການຊົງຕັ້ງພຣະໄທໄວ້ກ່ອນຂອງພຣະອົງ ຜູ້ຊົງກະທຳໃນສິ່ງສາລະພັດດຳເນີນໄປໃຫ້ສົມກັບນໍ້າພຣະໄທຂອງພຮະອົງ." (ເອເຟໂຊ 1:11)

"ພຣະອົງຖືວ່າຄົນໃນໂລກນີ້ບໍ່ມີຫຍັງໝົດຕ່າງກໍ່ບໍ່ມີຄຸນຄ່າບໍ່ມີຫຍັງທັ້ງນັ້ນ ມະນຸດໃນໂລກ ແລະ ເທວະດາເທິງສະຫວັນກໍ່ຢູ່ໃຕ້ການປົກຄອງຂອງພຮະອົງທັ້ງນັ້ນ.ບໍ່ມີໃຜສາມາດຂັດຂວາງພຣະປະສົງຫຼືສອບຖາມເຖິງສິ່ງທີ່ພຮະອົງຊົງກະທຳ.’" (ດານີເອນ 4:35)

ການຖາມ ແລະ ຂໍ້ສະທ້ອນ

  • ຂໍ້ພຮະຄຳເຫຼົ່ານີ້ພຽງແຕ່ເປີດໜ້າປົກມາເພື່ອໃຫ້ພວກເຮົາຢາກທີ່ຈະເຂົ້າໃຈບາງຢ່າງກ່ຽວກັບບຸກຄະລິກກະພາບຂອງພຮະເຈົ້າ. ພິຈາລະນາເບິ່ງຄຸນລັກສະນະທີ່ຂຽນໄວ້ຂ້າງເທິງ, ແມ່ນຫຍັງທີ່ຢືນຢັນຕໍ່ເຈົ້າກ່ຽວກັບພຮະເຈົ້າ? ເຈົ້າຊອກເຫັນຫຍັງແດ່ທີ່ມັນໃໝ່ສຳລັບເຈົ້າ?
  • ຄັບລົດເຂົ້າໄປໃນເມືອງໃຫ່ຍ, ພວກເຮົາສາມາດເຫັນຕຶກທີ່ສູງກ່ອນໝູ່ກ່ອນ. ຈາກທາງໄກເບິ່ງຄືວ່າມັນນ້ອຍ, ແຕ່ຖ້າພວກເຮົາຂັບລົດຜ່ານມັນໄປພວກມັນກັບເປັນຕຶກທີ່ສູງໃຫ່ຍກວ່າພວກເຮົາ. ມູມມອງຄວາມຄິດຂອງເຮົາທີ່ສຳຄັນ. ເຮົາເຂົ້າໃກ້ບາງຢ່າງຊ່ຳໃດເຮົາຈະເຫັນມັນໃຫ່ຍຊ່ຳນັ້ນ. ແລ້ວເຈົ້າເດໃ້ພຣະເຈົ້າແລ້ວບໍ? ພຮະອົງໃຫ່ຍສຳລັບເຈ້ົາຊ່ຳໃດ?

ການຕັດສິນໃຈ & ການປະຕິບັດ

ໃນພຣະຄຳພຮ ຢາໂກໂບເວົ້າວ່າ,”ເຈົ້າທັງຫຼາຍຈົ່ງເຂົ້າໃກ້ພຣະເຈົ້າ ແລະ ພຣະອົງຈະສະເດັດມາໃກ້ພວກເຈົ້າ” (ຢາໂກໂບ 4:8). ເຂົ້າໃກ້ສິດພຣະເຈົ້າແມ່ນທາງເລືອກທີ່ພວກເຮົາຕ້ອງເລືອກ, ຖ້ານີ້ແມ່ນຄວາມປາຖະໜາຂອງເຈົ້າ,ເຈົ້າຈະກຳນົດທີ່ຈະປິຕິບັດມັນແນວໃດ?(ອ້າງອີງຈາກ "ການຮູ້ຈັກພຣະເຈົ້າ" ໃນຕອນທ້າຍຂອງຄູ່ມືການສຶກສານີ້.)

ສຳລັບການສຶກສາຕໍ່ພາຍໜ້າ

Footnotes

1Holy. Dictionary.com. The American Heritage® Dictionary of the English Language, Fourth Edition, Houghton Mifflin Company, 2004. (http://dictionary.reference.com/browse/holy). Retrieved November 15, 2006.